ປ່ຽນໄອເດຍທຸລະກິດ ເປັນຊອບແວທີ່ໃຊ້ງານໄດ້ຈິງ ສຳລັບ SME

ພວກເຮົາຊ່ວຍ SME ຫັນທຸລະກິດສູ່ດິຈິຕອນ — ເວົ້າລົມງ່າຍ, ໄດ້ວຽກໄວ, ໃນລາຄາທີ່ເໝາະສົມ.

ເບື່ອບໍ່? ກັບການເຮັດຊອບແວທີ່ເວົ້າລົມກັນບໍ່ຮູ້ເລື່ອງ

ພວກເຮົາເຂົ້າໃຈບັນຫາທີ່ SME ມັກພົບ — ແລະ ພ້ອມເຂົ້າມາຊ່ວຍແກ້ໃຫ້ງ່າຍຂຶ້ນ.

ເວົ້າລົມກັບນັກພັດທະນາແລ້ວບໍ່ຮູ້ເລື່ອງ?

ClickCraft: ພວກເຮົາເວົ້າດ້ວຍພາສາທຸລະກິດທີ່ເຂົ້າໃຈງ່າຍ ເນັ້ນຜົນປະໂຫຍດທີ່ທ່ານຈະໄດ້ຮັບ ບໍ່ແມ່ນສັບເຕັກນິກ.

ວຽກຊ້າ ລໍຖ້າຈົນເບື່ອ?

ClickCraft: ພວກເຮົາເຮັດວຽກວ່ອງໄວ ສົ່ງມອບເປັນຮອບໆ ໃຫ້ທ່ານເຫັນຜົນ ແລະ ນຳໄປໃຊ້ກັບທຸລະກິດໄດ້ໄວ.

ງົບບານປາຍ ມີຄ່າໃຊ້ຈ່າຍແຝງ?

ClickCraft: ພວກເຮົາໃຫ້ລາຄາໂປ່ງໃສ ບອກຂອບເຂດງານຊັດເຈນ ບໍ່ມີຄ່າໃຊ້ຈ່າຍແຝງ ໃຫ້ທ່ານວາງແຜນໄດ້ໝັ້ນໃຈ.

ໂຄງສ້າງການນຳສະເໜີ

Interactive Pricing & Roadmap

ເລືອກປະເພດທຸລະກິດ ແລະ ກົດເບິ່ງແຕ່ລະ Phase — ເຫັນຟີເຈີ, ລາຄາ ແລະ ບໍລິການຫຼັງການຂາຍແບບຊັດເຈນ ບໍ່ຕ້ອງເດົາເອງ.

Phase 1 · Minimum Viable Product
Phase 1

MVP — ເປີດລະບົບໄວ ພ້ອມໃຊ້ງານ

ລະບົບຈັດການໂຮງແຮມແບບຄົບວົງຈອນ — ຕັ້ງແຕ່ຈັດການຫ້ອງ ຈອງຫ້ອງ ເຊັກອິນ/ເຊັກເອົາທ໌ ອອກໃບບິນ ຮັບເງິນ ໄປຈົນເບິ່ງລາຍງານ — ເພື່ອໃຫ້ໂຮງແຮມເປີດບໍລິການໄດ້ໄວທີ່ສຸດ.

  • ຈັດການຫ້ອງພັກ ແລະ ປະເພດຫ້ອງ (ສະຖານະ real-time)
  • ລະບົບຈອງຫ້ອງ + ໂປຣໄຟລ໌ລູກຄ້າ + ປະຕິທິນການຈອງ
  • ເຊັກອິນ / ເຊັກເອົາທ໌ ໜ້າຮັບແຂກ
  • ອອກໃບບິນ ຮັບຊຳລະເງິນ ແລະ ກະເງິນສົດ Reception
  • ລາຍງານລາຍຮັບປະຈຳວັນ ແລະ ອັດຕາເຂົ້າພັກ
  • RBAC — Admin / ພ/ງ.ຕ້ອນຮັບ / ແມ່ບ້ານ

ອ້າງອີງ ແລະ ລອງໃຊ້

Case StudyManagement System

ລະບົບຈັດການໂຮງແຮມ MVP — ເປີດໃຊ້ງານໄວ

ຈັດການຫ້ອງ ຈອງ ເຊັກອິນ/ເຊັກເອົາທ໌ ອອກໃບບິນ ແລະ ລາຍງານລາຍຮັບໃນລະບົບດຽວ — ເຫັນສະຖານະຫ້ອງແບບ real-time ແທນສมุด/Excel.

2 ອາທິດເປີດໃຊ້ງານ MVP
Live Demo

ລອງຟີເຈີ Phase ນີ້ແບບຈິງ

ລອງເດໂມ

ຢາກໃຫ້ເຮົາປັບແຜນນີ້ໃຫ້ກົງກັບທຸລະກິດທ່ານບໍ? ປຶກສາຟຣີຜ່ານ WhatsApp.

ປຶກສາແຜນ Hotel Management
ຂັ້ນຕອນ

ຂັ້ນຕອນການເຮັດວຽກຂອງເຮົາ

ໂປ່ງໃສ ເຂົ້າໃຈງ່າຍ ໃນທຸກຂັ້ນຕອນ — ໃຫ້ທ່ານໝັ້ນໃຈໄດ້ຕັ້ງແຕ່ມື້ທຳອິດ.

  1. 01

    ຮັບຟັງ & ວິເຄາະ

    ເຂົ້າໃຈເປົ້າໝາຍທຸລະກິດ ແລະ ບັນຫາທີ່ແທ້ຈິງຂອງທ່ານກ່ອນ.

  2. 02

    ອອກແບບ

    ວາງໂຄງສ້າງ ແລະ ອອກແບບປະສົບການໃຊ້ງານທີ່ສະອາດ ເຂົ້າໃຈງ່າຍ.

  3. 03

    ພັດທະນາ

    ລົງມືພັດທະນາເປັນຮອບໆ ສົ່ງມອບໄວ ພ້ອມໃຫ້ທ່ານເຫັນຄວາມຄືບໜ້າ.

  4. 04

    ສົ່ງມອບ & ດູແລ

    ສົ່ງມອບລະບົບທີ່ພ້ອມໃຊ້ ພ້ອມການດູແລ ແລະ ປັບປຸງຕໍ່ເນື່ອງ.

ຜົນງານທີ່ເຮົາຄຣາຟຕ໌

ເບິ່ງທັງໝົດ
Web Application

ລະບົບ E-commerce ແລະ ERP ສຳລັບຮ້ານຄ້າອອນລາຍ

Freedom Brand · ຍີ່ຫໍ້ສິນຄ້າ ແລະ ຮ້ານຄ້າອອນລາຍ

ເຊື່ອມຕໍ່ການຂາຍອອນລາຍ POS ແລະສາງສິນຄ້າໃນລະບົບດຽວ — ຈັດການສິນຄ້າ ຄຳສັ່ງຊື້ ການຊຳລະ ແລະການຈັດສົ່ງໄດ້ຄົບວົງຈອນ.

3ຊ່ອງທາງຂາຍໃນລະບົບດຽວ
Management System

ລະບົບຄຸ້ມຄອງສຕູດິໂອສອນເຕັ້ນ

Fanglao Studio · ສຕູດິໂອສອນເຕັ້ນ

ລວມຂໍ້ມູນນັກຮຽນ ຕາຕະລາງຄລາສ ແພັກເກດ ແລະ ເຊັກຊື່ເຂົ້າຮຽນໄວ້ບ່ອນດຽວ ໃຫ້ແອດມິນຫນ້າຮ້ານເຮັດວຽກໄດ້ວ່ອງໄວ ແລະ ຄວບຄຸມສິດການເຂົ້າຮຽນໄດ້ຖືກຕ້ອງ.

70%ຫຼຸດເວລາເຊັກຊື່ຫນ້າຮ້ານ